ສະໝັກ ເປັນສະມາຊິກ ສະມາຄົມ ປ່າໄມ້ລາວ (ສປລ) Lao Association of Forestry (LAF) member registration...
ສະບາຍດີ ສະມາຊິກ ສປລ!
ເນື່ອງຈາກວ່າ ທາງຄະນະຈັດກອງປະຊຸມ ຢາກຮັບຮູ້ ກ່ຽວກັບ ຈໍານວນຄົນ ທີ່ຈະເຂົ້າຮ່ວມ ກອງປະຊຸມ ວັນທີ 20 ມັງກອນ 2024 ທີຄະນະ ວິທາຍາສາດປ່າໄມ້, ມະຫາວິທະຍາໄລ ແຫ່ງຊາດ ເພື່ອຈະໄດ້ກະກຽມ ຫ້ອງປະຊຸມ ໃຫ້ມີຄວາມກຽມພ້ອມ. ສະນັ້ນ, ຈຶ່ງຂໍອະນຸຍາດ ໃຫ້ບັນດາທ່ານ ລົງທະບຽນ ເຂົ້າຮ່ວມກອງປະຊຸ່ມ ເພື່ອເກັບກໍາຈໍານວນຄົນ (ກົດໃສ່ນີ້ເລີຍ ເພື່ອລົງທະບຽນ).
ອີກອັນໜຶ່ງ, ເນື່ອງຈາກວ່າ ສປລ ເປັນສະມາຄົມໃໝ່ ແລະ ຍັງບໍ່ທັນມີທືນຮອນ, ຍັງບໍ່ທັນໄດ້ຮັບໂຄງການໃດໆ, ທາງຄະນະ ສປລ ຈຶ່ງຂໍໂອກາດນີ້ ສະເໜີ ຂໍໃຫ້ທ່ານ ທີ່ຈະເຂົ້າຮ່ວມ ຊ່ວຍປະກອບທືນ ສະໜັບສະໜູນ ກອງປະຊຸມນີ້ດ້ວຍ ໂດຍສະເລ່ຍຜູ້ລະ 200,000 ກີບ ເຂົ້າເລກບັນຊີ ສປລ 1601213351661 ... ແລ້ວແຄັບໜ້າຈໍ ລົງກຸມນີ້ດ້ວຍ ... ຂອບໃຈ ເປັນຢ່າງສູງ!
ສໍາລັບທ່ານ ທີ່ບໍ່ສາມາດເຂົ້າຮ່ວມກອງປະຊຸມ, ພວກເຮົາຈະສົ່ງ ລະຫັດເຊື່ອມຕໍ່ ເຂົ້າກອງປະຊຸມ ແບບອອນລາຍ ນໍາພວກເຮົາໄດ້ ແລະ ບໍ່ຈໍາເປັນ ປະກອບທືນເຂົ້າຮ່ວມ ກອງປະຊຸມ ທີ່ຄະນະ ວິທະຍາສາດປ່າໄມ້ ຫຼື ທ່ານມີປະສົງ ຢາກສະໜັບສະໜູນ ຕາມອັດທະຍາໃສ .... ຂອບໃຈ ເປັນຢ່າງສູງ...